Scan & Get our app!

Get our app!

Download our app and stay connected on the go.

Download app
ອອກຈາກລະບົບ
ທ່ານແນ່ໃຈບໍວ່າຕ້ອງການອອກຈາກລະບົບ?
MTrading Team • ມື້ນີ້

ຮຸ້ນເອີຣົບຟື້ນຕົວຈາກການຂາດທຶນ ຂະນະທີ່ຕະຫຼາດມີຄວາມຜັນຜວນສູງ

ຮຸ້ນເອີຣົບຟື້ນຕົວຈາກການຂາດທຶນ ຂະນະທີ່ຕະຫຼາດມີຄວາມຜັນຜວນສູງ

ສະຖານະການຂັດແຍ່ງລະຫວ່າງຣັດເຊຍ-ຢູເຄຣນຍັງຄົງດຳເນີນຕໍ່ໄປ ໂດຍສະຫະລັດຫ້າມນຳເຂົ້ານ້ຳມັນຈາກຣັດເຊຍ ແລະອັງກິດປະກາດວ່າຈະຫຼຸດການນຳເຂົ້າລົງຢ່າງຕໍ່ເນື່ອງພາຍໃນປີນີ້. ບັນດາຍີ່ຫໍ້ຊັ້ນນຳຂອງອາເມຣິກາ ເຊັ່ນ McDonald's, Starbucks, Coca-Cola ແລະ PepsiCo ກຳລັງຖອນຕົວອອກຈາກຣັດເຊຍ. ປັດໄຈທັງໝົດນີ້ເຮັດໃຫ້ສິນຊັບມີຄວາມຜັນຜວນ. ຮຸ້ນເອີຣົບຟື້ນຕົວຂຶ້ນເລັກນ້ອຍຈາກການຫຼຸດລົງຄັ້ງຫຼ້າສຸດ ແຕ່ຍັງຄວນຕິດຕາມຕໍ່ໄປ.

ໃນອະນາຄົດອັນໃກ້ນີ້ ຕະຫຼາດຄົງຈະບໍ່ສະຫງົບລົງ. ຂະນະທີ່ປະເທດຕາເວັນຕົກກຳລັງປະກາດວ່າຈະອອກມາດຕະການຂວ້ຳບາດຊຸດໃໝ່ຕໍ່ຣັດເຊຍ ທີ່ຜ່ານມາຣັດເຊຍກໍໄດ້ເຕືອນວ່າຈະອອກມາດຕະການຕອບໂຕ້ທີ່ຮຸນແຮງໃນໄວໆນີ້. ສາຍຕາຂອງຄົນທົ່ວໂລກຍັງຈັບຈ້ອງການປະຊຸມຂອງທະນາຄານກາງເອີຣົບໃນວັນພະຫັດ ແລະການຕັດສິນໃຈດ້ານນະໂຍບາຍການເງິນທີ່ຕາມມາ.

ມາເບິ່ງການເຄື່ອນໄຫວຂອງສິນຊັບຫຼັກໃນວັນທີ 9 ມີນາ:

  • BRENT OIL ອ່ອນຕົວລົງເລັກນ້ອຍ ໂດຍຊື້ຂາຍຕ່ຳລົງ 0.98% ຢູ່ທີ່ລາຄາ 126.73.
  • ຄຳ ຫຼຸດລົງ 0.55% ມາຢູ່ທີ່ 2,032.05.
  • USD INDEX ຫຼຸດລົງ 0.44% ແລະຊື້ຂາຍຢູ່ທີ່ລະດັບ 98.640.
  • DOW JONES ຊື້ຂາຍຕ່ຳລົງ 0.56% ໂດຍຫຼຸດລົງມາຢູ່ທີ່ 32,632.64.
  • NASDAQ ຫຼຸດລົງອີກ 0.39% ໂດຍລົງມາຢູ່ທີ່ 13,267.61.
  • DAX ຟື້ນຕົວຂຶ້ນ 4.68% ແລະຂຶ້ນເຖິງ 13,270.01.
  • FTSE 100 ຮັກສາລະດັບທີ່ຟື້ນຕົວຂຶ້ນມາໄດ້ ຢູ່ປະມານ 7,104.60 ໂດຍປັບຂຶ້ນ 2.05%.

ແນວໂນ້ມປັດຈຸບັນ

ໃນຕອນນີ້ ແນວໂນ້ມແນວໂນ້ມປ່ຽນແປງຢ່າງວ່ອງໄວ ແລະບໍ່ມີສິນຊັບໃດທີ່ຢູ່ໃນພາວະຄົງທີ່ໄດ້ດົນ. ລອງເບິ່ງທິດທາງຕະຫຼາດໃນປັດຈຸບັນ ເພື່ອພິຈາລະນາວ່າທ່ານຈະສາມາດຫາໂອກາດສ້າງກຳໄລໄດ້ຫຼືບໍ່.

  • ຊື້ຢ່າງໜັກ: DAX
  • ຂາຍຢ່າງໜັກ: BRENT OIL, USD INDEX, DOW JONES, NASDAQ
  • ຊື້: FTSE 100
  • ຂາຍ: GOLD

ຫາກທ່ານຮູ້ສຶກວ່າຕ້ອງການເຂັມທິດທີ່ດີເພື່ອນຳທາງການຊື້ຂາຍຂອງທ່ານຜ່ານຄວາມບໍ່ແນ່ນອນໃນຕອນນີ້ ລອງເພີ່ມໂອກາດຂອງທ່ານດ້ວຍ Copy Trading:

  • ເຂົ້າເຖິງເຄືອຂ່າຍການຊື້ຂາຍຜ່ານສັງຄົມທີ່ໂດດເດັ່ນ;
  • ເລືອກນັກຊື້ຂາຍທີ່ທ່ານສົນໃຈ ແລະຄັດລອກລາຍການຊື້ຂາຍຂອງພວກເຂົາໂດຍອັດຕະໂນມັດແບບທັນທີ;
  • ຮັບຜົນກຳໄລຂອງທ່ານໂດຍບໍ່ຕ້ອງອອກແຮງເພີ່ມ.

ຂໍໃຫ້ທ່ານໂຊກດີໃນການຊື້ຂາຍ!