Scan & Get our app!
Get our app!
Download our app and stay connected on the go.
Scan & Get our app!
Scan QR-code to download our app and stay connected on the go.

ຫຼັງຈາກຕະຫຼາດມີບັນຍາກາດຫຼີກລ່ຽງຄວາມສ່ຽງໃນສອງສາມມື້ຜ່ານມາ ຄວາມຫວັງໃນແງ່ດີຢ່າງລະມັດລະວັງຊ່ວຍໃຫ້ຕະຫຼາດຟື້ນຄືນການຂາດທຶນບາງສ່ວນໃນຊ່ວງຕົ້ນວັນພະຫັດ. ປັດໄຈຫຼັກແມ່ນອັດຕາຜົນຕອບແທນພັນທະບັດທີ່ເຄື່ອນໄຫວຊ້າ ແລະມາດຕະການກະຕຸ້ນເສດຖະກິດຂອງຈີນ.
ຄວາມສ່ຽງໃນຕະຫຼາດທີ່ຜ່ອນຄາຍລົງກົດດັນໃຫ້ເງິນໂດລາສະຫະລັດອ່ອນຄ່າ ເຊິ່ງສົ່ງຜົນໃຫ້ເງິນສະກຸນຂອງອົດສະຕຣາລີແລະນິວຊີແລນ ພ້ອມທັງສິນຄ້າໂພກພັນຟື້ນຕົວຢ່າງທີ່ຕ້ອງການ. ໃນນັ້ນ AUDUSD ປັບຂຶ້ນຫຼາຍທີ່ສຸດ ຕາມດ້ວຍ NZDUSD.
ລາຄາຄຳກໍປັບຂຶ້ນຢ່າງເຫັນໄດ້ຊັດ ແຕ່ນ້ຳມັນດິບປັບຂຶ້ນຕາມຄວາມອ່ອນຄ່າຂອງເງິນໂດລາບໍ່ໄດ້ຫຼາຍ ເນື່ອງຈາກສັນຍານກ່ຽວກັບອຸປະສົງ-ອຸປະທານມີຄວາມປະສົມປົນເປ.
ຄຣິບໂຕກໍປັບຂຶ້ນເຊັ່ນກັນ ເຖິງແມ່ນວ່ານັກຊື້ຂາຍຍັງສົງໄສຕໍ່ການປັບຂຶ້ນຂອງ BTCUSD ແລະ ETHUSD.
ຕໍ່ໄປນີ້ແມ່ນຄວາມເຄື່ອນໄຫວຫຼ້າສຸດຂອງສິນຊັບຫຼັກ:



ມາດຕະການກະຕຸ້ນເສດຖະກິດຂອງຈີນເບິ່ງຄືວ່າຊ່ວຍໃຫ້ຕະຫຼາດເຊື່ອວ່າຈີນອາດຫຼີກລ່ຽງພາວະຖົດຖອຍໄດ້ ເຊິ່ງສົ່ງຜົນໃຫ້ບັນຍາກາດການຊື້ຂາຍໃນວັນພະຫັດດີຂຶ້ນ. ແຕ່ຂ່າວທີ່ກ່ຽວກັບໄຕ້ຫວັນ, ຕົວເລກຜູ້ຕິດເຊື້ອ COVID ທີ່ເພີ່ມຂຶ້ນ ແລະຂໍ້ມູນທີ່ບົ່ງຊີ້ວ່າເສດຖະກິດອ່ອນແຮງລົງ ກໍໄດ້ທ້າທາຍຄວາມຫວັງໃນແງ່ດີນັ້ນ. ອີກດ້ານໜຶ່ງ ນັກຊື້ຂາຍກໍຫວັງວ່າປະທານ Fed ທ່ານ Jerome Powell ຈະສົ່ງສັນຍານກ່ຽວກັບອັດຕາດອກເບ້ຍທີ່ເຂັ້ມງວດໜ້ອຍລົງ ໂດຍພິຈາລະນາຈາກຂໍ້ມູນລ່າສຸດຂອງສະຫະລັດ ເຊິ່ງຊ່ວຍປັບປຸງຄວາມຮູ້ສຶກຂອງຕະຫຼາດ. ແຕ່ເສັ້ນທາງສູ່ຕະຫຼາດຂາຂຶ້ນຍັງຢູ່ຫ່າງໄກ ເນື່ອງຈາກວິກິດພະລັງງານໃນເຢຍລະມັນເພີ່ມຄວາມກັງວົນຕໍ່ພາວະຖົດຖອຍ. ດັ່ງນັ້ນ ຜົນງານຂອງຕະຫຼາດໃນມື້ນີ້ຈຶ່ງຄວນອະທິບາຍວ່າເປັນການຫຼຸດທອນການເຄື່ອນໄຫວທີ່ເກີດຂຶ້ນໃນໄລຍະຜ່ານມາ ຫຼາຍກວ່າການປ່ຽນທິດທາງຂອງແນວໂນ້ມ.
ເມື່ອເປັນແນວນີ້ ຄວາມອ່ອນຄ່າຂອງເງິນໂດລາສະຫະລັດເບິ່ງຄືວ່າບໍ່ແນ່ນອນ ເຊັ່ນດຽວກັບການປັບຂຶ້ນລ່າສຸດຂອງສິນຄ້າໂພຄະພັນ ແລະສະກຸນເງິນທີ່ເກີ່ຍວຂ້ອງ. ຄວນສັງເກດວ່າ ຄວາມບໍ່ແນ່ນອນກ່ຽວກັບການກັບຄືນສູ່ຕະຫຼາດນ້ຳມັນຂອງອີຣ່ານ ແລະປະລິມານການຜະລິດຂອງ OPEC+ ເປັນປັດໄຈເພີ່ມເຕີມທີ່ສົ່ງຜົນຕໍ່ລາຄານ້ຳມັນ.
BTCUSD ແລະ ETHUSD ອາດໄດ້ຮັບແຮງໜູນຈາກເງິນທຶນໄຫຼເຂົ້າລ່າສຸດ ພ້ອມກັບເງິນໂດລາສະຫະລັດທີ່ອ່ອນຄ່າລົງ. ແຕ່ພາບລວມຂອງສະກຸນເງິນຄຣິບໂຕຍັງບໍ່ສົດໃສ ທ່າມກາງຄວາມກັງວົນກ່ຽວກັບການຊະລໍຕົວຂອງເສດຖະກິດ ແລະການກຳກັບດູແລຂອງລັດຖະບານ.
ຊື້ຢ່າງແຂງແຮງ: USDJPY
⏬ 🔴 ສັນຍານຂາຍແຮງ: ETHUSD
⬆️ 🟢 ຊື້: ດັດຊະນີ USD, USDCAD, Nasdaq
⬇️ 🔴 ຂາຍ: DAX, FTSE 100, ຄຳ, BTCUSD
ການປັບປຸງຕົວເລກ GDP ໄຕມາດ 2 ຂອງສະຫະລັດ ແລະຂໍ້ມູນການໃຊ້ຈ່າຍເພື່ອການບໍລິໂພກ ອາດມາພ້ອມກັບຕົວເລກການຂໍຮັບສະຫວັດດີການຫວ່າງງານປະຈຳອາທິດ ເຮັດໃຫ້ຕະຫຼາດມີການເຄື່ອນໄຫວຫຼາຍໃນມື້ນີ້. ແຕ່ນັກຊື້ຂາຍຈະໃຫ້ຄວາມສົນໃຈກັບຄຳກ່າວຂອງຜູ້ກຳນົດນະໂຍບາຍການເງິນທີ່ Jackson Hole ຫຼາຍກວ່າ ທ່າມກາງຄວາມຫວັງທີ່ຖືກປຸກກະແສຂຶ້ນໃນໄລຍະຜ່ານມາວ່າຈະມີສັນຍານຜ່ອນຄາຍນະໂຍບາຍ. ເຖິງຢ່າງນັ້ນ ຂໍ້ມູນສະຫະລັດທີ່ອ່ອນແອລົງອາດຊ່ວຍໃຫ້ຝ່າຍມອງໃນແງ່ດີຍັງຄຸມສະຖານະການໄວ້ໄດ້.
ຮັບປະໂຫຍດຈາກແນວໂນ້ມຕະຫຼາດກັບ ໂບຣກເກີທີ່ດີທີ່ສຸດໃນພາກພື້ນອາຊີ-ປາຊີຟິກ. ພວກເຮົາມີເງື່ອນໄຂການຊື້ຂາຍທີ່ດີເລີດ, ບໍລິການ Copy Trade ຄຸນນະພາບສູງ ແລະໂຄງການແນະນຳລູກຄ້າ IB ທີ່ໄດ້ຮັບຫຼາຍລາງວັນ.
ຊື້ຂາຍຢ່າງມັ່ນໃຈ ແລະຮັບປະສົບການກັບເງື່ອນໄຂການຊື້ຂາຍທີ່ເໝາະສົມທີ່ສຸດຈາກ MTrading!
ຂໍໃຫ້ທ່ານໂຊກດີໃນການຊື້ຂາຍ!