
ສະພາບຕະຫຼາດດ້ານຄວາມສ່ຽງຍັງບໍ່ຊັດເຈນໃນຊ່ວງຕົ້ນວັນພະຫັດ ຫຼັງຈາກມີຄວາມຜັນຜວນໃນມື້ກ່ອນ ເນື່ອງຈາກວັນພັກ Eid ໃນຫຼາຍພື້ນທີ່ຂອງອາຊີ ມາພ້ອມກັບທ່າທີລະມັດລະວັງກ່ອນການປະກາດມະຕິອັດຕາດອກເບ້ຍຂອງທະນາຄານກາງເອີຣົບ (ECB). ສະພາບນີ້ເຮັດໃຫ້ເງິນໂດລາສະຫະລັດຫຼຸດລົງຈາກການປັບຂຶ້ນລາຍວັນທີ່ແຮງທີ່ສຸດໃນຮອບ 13 ເດືອນ ພ້ອມກັບເປີດທາງໃຫ້ລາຄາສິນຄ້າໂພກພັນ ແລະເງິນຕາຈາກອົດສະຕຣາເລຍກັບນິວຊີແລນຟື້ນຕົວຈາກການຂາດທຶນ ໃນຂະນະທີ່ມື້ສໍາຄັນເລີ່ມຕົ້ນຢ່າງຊື່ງຊ້າ.
ແນວໃດກໍຕາມ ດັດຊະນີເງິນໂດລາສະຫະລັດ (DXY) ປັບຂຶ້ນລາຍວັນຫຼາຍທີ່ສຸດນັບຕັ້ງແຕ່ເດືອນມີນາ 2023 ຫຼັງຈາກຂໍ້ມູນເງິນເຟ້ີຂອງສະຫະລັດ ແລະບົດບັນທຶກການປະຊຸມຂອງ Fed ເພີ່ມໂອກາດທີ່ທະນາຄານກາງສະຫະລັດ (Fed) ຈະຊັກຊ້າການຫຼຸດອັດຕາດອກເບ້ຍ. ບັນຫາພູມິລັດສາດທີ່ກ່ຽວຂ້ອງກັບຈີນ, ຣັດເຊຍ ແລະຕາເວັນອອກກາງ ກໍເປັນປັດໄຈທີ່ໜູນເງິນໂດລາ.
ຂະນະທີ່ເງິນໂດລາສະຫະລັດແຂງຄ່າຂຶ້ນ, EURUSD ຍັງຄົງອ່ອນຕົວ ທ່າມກາງຄວາມກັງວົນວ່າ ECB ອາດມີທ່າທີຜ່ອນຄາຍ. ນອກຈາກນັ້ນ GBPUSD ກໍປັບຕົວລົງ ໂດຍບໍ່ສົນໃຈຄຳເຫັນເຊິງເຂັ້ມງວດຂອງຜູ້ກຳນົດນະໂຍບາຍຈາກທະນາຄານກາງອັງກິດ (BoE), ຂະນະທີ່ USDJPY ພຸ່ງຂຶ້ນສູ່ລະດັບສູງສຸດນັບຕັ້ງແຕ່ປີ 1990 ທ່າມກາງຄວາມຄາດຫວັງວ່າທະນາຄານກາງຍີ່ປຸ່ນ (BoJ) ຈະມີທ່າທີຜ່ອນຄາຍ.
ທັງນີ້, ຂໍ້ມູນເງິນເຟີ້ທີ່ອ່ອນແອຂອງຈີນບໍ່ສາມາດກົດດັນການຟື້ນຕົວແກ້ໄຂຂອງສະກຸນເງິນກຸ່ມ Antipodean ແລະສິນຄ້າໂພຄະພັນຫຼັງຈາກລາຄາຫຼຸດລົງໜັກ. ຂະນະທີ່ USDCAD ຍັງເຄື່ອນໄຫວແຂງແກ່ນ ເຖິງວ່າລາຄານ້ຳມັນຈະປັບຂຶ້ນ ທ່າມກາງການຄົງອັດຕາດອກເບ້ຍແບບຜ່ອນຄາຍຂອງທະນາຄານກາງການາດາ (BoC). ຕໍ່ມາ ລາຄາຄຳໄດ້ຖອຍລົງຈາກລະດັບສູງສຸດເປັນປະຫວັດການ ກ່ອນຈະຟື້ນຕົວເລັກນ້ອຍ ເມື່ອບັນຍາກາດລະມັດລະວັງໃນຕະຫຼາດປະສານກັບຄວາມຫວັງວ່າຈະເຫັນອັດຕາດອກເບ້ຍຫຼຸດລົງນອກສະຫະລັດ.
ສຳລັບຄຣິບໂຕເຄີເຣນຊີ BTCUSD ແລະ ETHUSD ບໍ່ຫວັ່ນໄຫວຕໍ່ຄວາມແຂງແກ່ນຂອງໂດລາສະຫະລັດ ແລະດີດຕົວຂຶ້ນຈາກຈຸດຕ່ຳສຸດປະຈຳອາທິດ ພ້ອມກັບປັບຂຶ້ນຢ່າງຄ່ອຍເປັນຄ່ອຍໄປໃນໄລຍະຫຼັງ ທ່າມກາງຄວາມຄາດຫວັງໃນແງ່ດີຕໍ່ການຫຼຸດລົງເຄິ່ງໜຶ່ງຂອງ Bitcoin ແລະການອະນຸມັດ Spot ETF ສຳລັບ Ethereum.
ຕໍ່ໄປນີ້ແມ່ນຄວາມເຄື່ອນໄຫວຫຼ້າສຸດຂອງສິນຊັບຫຼັກ:



ຕົວເລກ CPI, Core CPI ແລະ Sticky Price CPI ຂອງທະນາຄານກາງສະຫະລັດສາຂາ Atlanta ປະຈຳເດືອນມີນາທີ່ອອກມາດີກວ່າຄາດ ເຮັດໃຫ້ໂອກາດທີ່ Fed ຈະຫຼຸດອັດຕາດອກເບ້ຍໄວຂຶ້ນຫຼຸດລົງ. ທ່າທີເຂັ້ມງວດຍັງໄດ້ຮັບແຮງໜູນຈາກບົດລາຍງານການປະຊຸມນະໂຍບາຍການເງິນຄັ້ງລ່າສຸດຂອງຄະນະກຳມະການຕະຫຼາດເປີດຂອງລັດຖະບານກາງ (FOMC) ແລະຊ່ວຍໜູນໂດລາສະຫະລັດ. ຄວນສັງເກດວ່າ Nick Timiraos ນັກວິເຄາະ Fed ຂອງ Wall Street Journal (WSJ) ກ່າວໃນທ້າຍວັນພຸດວ່າ ປັດຈຸບັນຄຳຖາມບໍ່ແມ່ນວ່າ Fed ຈະຫຼຸດດອກເບ້ຍຫຼືບໍ່ ແຕ່ແມ່ນຈະຫຼຸດເມື່ອໃດ. ໃນແນວທາງດຽວກັນ Goldman Sachs ກໍເລື່ອນການຄາດການຫຼຸດດອກເບ້ຍຂອງ Fed ຈາກເດືອນມິຖຸນາໄປເປັນເດືອນກໍລະກົດ ຂະນະທີ່ປະທານາທິບໍດີສະຫະລັດ Joe Biden ກ່າວວ່າ “ຂ່າວເງິນເຟີ້ອາດເຮັດໃຫ້ການຫຼຸດດອກເບ້ຍຊັກຊ້າ ແຕ່ພວກເຮົາຈະມີການຫຼຸດດອກເບ້ຍກ່ອນສິ້ນປີ.”
ນອກຈາກຄວາມກັງວົນກ່ຽວກັບ Fed ທີ່ມີຂໍ້ມູນເງິນເຟີ້ຂອງສະຫະລັດ ແລະບົດບັນທຶກການປະຊຸມ FOMC ເປັນແຮງໜູນແລ້ວ, ຂ່າວພູມສາດການເມືອງທີ່ກ່ຽວກັບຕາເວັນອອກກາງ, ຈີນ ແລະຣັດເຊຍ ຍັງເຮັດໃຫ້ບັນຍາກາດການລົງທຶນບໍ່ສົດໃສ ແລະຊ່ວຍໃຫ້ເງິນໂດລາສະຫະລັດແຂງຄ່າຂຶ້ນ. ທັງນີ້ ສະຫະລັດແລະຍີ່ປຸ່ນໄດ້ຮ່ວມມືກັນຕ້ານຄວາມສຳພັນລະຫວ່າງຣັດເຊຍແລະຈີນ. ອີກດ້ານໜຶ່ງ ອິສຣາແອລກຳລັງກະກຽມຮັບມືການໂຈມຕີຈາກອີຣ່ານ ແລະຜູ້ບັນຊາການ CENTCOM ຂອງສະຫະລັດກໍກຳລັງກະກຽມເຊັ່ນກັນ. ເລື່ອງນີ້ຍິ່ງກະຕຸ້ນຄວາມກັງວົນຂອງຕະຫຼາດວ່າອາດເກີດການຂາດແຄນພະລັງງານ ແລະຊ່ວຍໃຫ້ລາຄານ້ຳມັນຍັງຄົງແຂງແຮງ ເຖິງແມ່ນສະຕັອກນ້ຳມັນດິບຂອງສະຫະລັດປະຈຳອາທິດຈະເພີ່ມຂຶ້ນຫຼາຍກໍຕາມ.
ຄວນສັງເກດວ່າ ຄວາມກັງວົນຕໍ່ທ່າທີຜ່ອນຄາຍຂອງECB ແລະຂໍ້ມູນທີ່ບໍ່ໂດດເດັ່ນຈາກກຸ່ມປະເທດໃນເອີຣົບ ໄດ້ປະສານກັບການປັບຂຶ້ນໃນວົງກວ້າງຂອງເງິນໂດລາສະຫະລັດ ຈົນກົດດັນEURUSD ໂດຍສະເພາະໃນຂະນະທີ່ຕະຫຼາດກຽມຮັບມະຕິອັດຕາດອກເບ້ຍຂອງECBໃນມື້ນີ້. ນອກນັ້ນ USDJPYຍັງປັບຂຶ້ນສູ່ລະດັບສູງສຸດນັບແຕ່ປີ 1990 ເນື່ອງຈາກທັດສະນະທີ່ແຕກຕ່າງກັນຕໍ່FedແລະBoJ. ແນວໃດກໍຕາມ ໃນຕອນເຊົ້າວັນພະຫັດ ຜູ້ກຳນົດນະໂຍບາຍໄດ້ສົ່ງສັນຍານເຕືອນດ້ວຍວາຈາ ເພື່ອດຶງຄູ່ເງິນເຢນລົງຈາກລະດັບສູງສຸດໃນຮອບຫຼາຍປີ.
GBPUSD ຫຼຸດລົງຫຼາຍທີ່ສຸດໃນຮອບ 6 ເດືອນ ເຖິງວ່າ Megan Greene ຜູ້ກຳນົດນະໂຍບາຍຂອງ BoE ຈະສະແດງຄວາມເຫັນແບບເຂັ້ມງວດກໍຕາມ. ໃນຕອນຄ່ຳວັນພຸດ Greene ຈາກ BoE ກ່າວວ່າ “ການທີ່ເງິນເຟີ້ຍັງຄົງຢູ່ໃນລະດັບສູງ ເປັນໄພຄຸກຄາມທີ່ຮ້າຍແຮງກວ່າໃນອັງກິດເມື່ອທຽບກັບສະຫະລັດ.”
ຕໍ່ມາ, USDCAD ປັບຂຶ້ນຫຼາຍທີ່ສຸດນັບແຕ່ຕົ້ນເດືອນກຸມພາ ເຖິງແມ່ນລາຄານ້ຳມັນຈະແຂງແກ່ງ ເນື່ອງຈາກທະນາຄານກາງການາດາ (BoC) ຄົງອັດຕາດອກເບ້ຍອ້າງອີງໄວ້ທີ່ເດີມ ແຕ່ສົ່ງສັນຍານໃນແນວຜ່ອນຄາຍ.
ເນື່ອງຈາກເງິນໂດລາສະຫະລັດແຂງຄ່າໂດຍລວມ ລາຄາຄຳຈຶ່ງຖອຍລົງຈາກລະດັບສູງສຸດເປັນປະຫວັດການທີ່ເຮັດໄວ້ໃນມື້ກ່ອນ ກ່ອນຈະດີດກັບຂຶ້ນຈາກແນວໂນ້ມຂາຂຶ້ນທີ່ດຳເນີນມາເກືອບ 2 ອາທິດໃນຕົ້ນວັນພະຫັດ. ຄວນສັງເກດວ່າການດີດກັບຂຶ້ນຂອງ XAUUSD ຍັງຂາດແຮງສົ່ງ ທ່າມກາງຂໍ້ມູນເງິນເຟີ້ຂອງຈີນທີ່ອ່ອນແອ ໂດຍຈີນເປັນໜຶ່ງໃນຜູ້ຊື້ຄຳລາຍໃຫຍ່ຂອງໂລກ. ແນວໃດກໍຕາມ ທະນາຄານພັດທະນາອາຊີ (ADB) ໄດ້ປັບຂຶ້ນການຄາດຄະເນເສດຖະກິດຈີນສຳລັບປີ 2024 ແລະຊ່ວຍໃຫ້ລາຄາສິນຄ້າໂພກພັນ ລວມທັງສະກຸນເງິນຈາກອົດສະຕຣາລີແລະນິວຊີແລນ ຟື້ນຕົວຈາກການຫຼຸດລົງໃນມື້ກ່ອນ.
ໃນລະຍະຕໍ່ໄປ ການປະກາດນະໂຍບາຍການເງິນຂອງ ECB ຈະເປັນເຫດການສຳຄັນສຳລັບນັກຊື້ຂາຍ ເຖິງແມ່ນວ່າກະແສຂ່າວໃນຕະຫຼາດຈະຊີ້ວ່າທະນາຄານກາງຂອງພູມິພາກອາດຢຸດການປັບນະໂຍບາຍແບບຜ່ອນຄາຍ. ສາເຫດອາດເກີດຈາກທ່າທີຂອງ Christine Lagarde ປະທານ ECB ທີ່ບໍ່ຍອມຮັບການຫຼຸດອັດຕາດອກເບ້ຍໃນໄວເກີນໄປ. ຖ້ານາງກ່າວຈຸດຢືນນີ້ ພ້ອມກັບການຄາດການຢ່າງແພ່ຫຼາຍວ່າຈະບໍ່ປັບອັດຕາດອກເບ້ຍ ກໍອາດຊ່ວຍໃຫ້ຄູ່ເງິນ EURUSD ຂະຫຍາຍການຟື້ນຕົວໃນຊ່ວງຕົ້ນມື້ ຈາກແນວຮັບ 1.0730 ທີ່ມີມາໄດ້ຫ້າເດືອນ.
ເຖິງແນວນັ້ນ ດັດຊະນີລາຄາຜູ້ຜະລິດ (PPI) ຂອງສະຫະລັດປະຈຳເດືອນມີນາ ແລະຕົວເລກຜູ້ຂໍຮັບສິດຫວ່າງງານປະຈຳອາທິດ ຈະມີບົດບາດສຳຄັນໃນການກຳນົດແຮງຂັບເຄື່ອນຂອງຕະຫຼາດໃນໄລຍະສັ້ນ ແລະອາດກົດດັນສິນຊັບສ່ຽງສູງ ຫາກຜົນອອກມາດີເກີນຄາດ.
ຂໍໃຫ້ທ່ານໂຊກດີໃນການຊື້ຂາຍ!