Scan & Get our app!

Get our app!

Download our app and stay connected on the go.

Download app
ອອກຈາກລະບົບ
ທ່ານແນ່ໃຈບໍວ່າຕ້ອງການອອກຈາກລະບົບ?

ເຄັດລັບການໃຊ້ເຄື່ອງຈຳລອງການຊື້ຂາຍຫຸ້ນ

ເຄື່ອງຈຳລອງຕະຫຼາດຫຸ້ນແມ່ນຊອບແວທີ່ໃຊ້ງານງ່າຍ ຊ່ວຍໃຫ້ຜູ້ເລີ່ມຕົ້ນຮຽນຮູ້ວິທີຊື້ຂາຍຫຸ້ນ. ເຄື່ອງມືນີ້ຊ່ວຍໃຫ້ທ່ານທົດລອງວາງແຜນກົນລະຍຸດທີ່ມີປະສິດທິຜົນໄດ້ ໂດຍບໍ່ສູນເສຍເງິນທຶນ. ເມື່ອໃຊ້ເຄື່ອງຈຳລອງການຊື້ຂາຍຫຸ້ນຟຣີ ທ່ານສາມາດທົດລອງຊື້ຂາຍສິນຊັບຫຼາຍປະເພດ ແລະເລືອກວ່າຈະໃຊ້ສິນຊັບໃດເປັນເຄື່ອງມືຫຼັກໃນການຊື້ຂາຍ. ແອັບບາງອັນໃຊ້ໄດ້ຟຣີ ຈຶ່ງເໝາະສຳລັບຜູ້ສົນໃຈທີ່ກຳລັງຮຽນຮູ້ວ່າຕະຫຼາດຫຸ້ນເຮັດວຽກແນວໃດ.

None

ໃນບົດຄວາມນີ້ ທ່ານຈະໄດ້ຮຽນຮູ້ວ່າເຄື່ອງຈຳລອງການຊື້ຂາຍຫຸ້ນອອນລາຍມີປະໂຫຍດແນວໃດ ພ້ອມທັງເບິ່ງຕົວເລືອກທີ່ໜ້າສົນໃຈບາງອັນທີ່ມີໃນຕະຫຼາດ.

ເຫດຜົນທີ່ຄວນໃຊ້ເຄື່ອງຈຳລອງການຊື້ຂາຍຫຸ້ນ

ກ່ອນອື່ນ ມາເບິ່ງກັນວ່າເປັນຫຍັງຜູ້ເລີ່ມຕົ້ນໃນຕະຫຼາດຈຶ່ງຄວນໃຊ້ເຄື່ອງຈຳລອງການຊື້ຂາຍຫຸ້ນ. ປະການທຳອິດ ເຄື່ອງມືນີ້ເປັນວິທີຝຶກປະຕິບັດຟຣີທີ່ຊ່ວຍໃຫ້ທ່ານຊຳນານເຕັກນິກການຊື້ຂາຍສະເພາະຢ່າງ. ປະການທີສອງ ທ່ານສາມາດທົດລອງແລະສຳຫຼວດແນວທາງຕ່າງໆໄດ້ຢ່າງເຕັມທີ່. ສຸດທ້າຍ ເຄື່ອງຈຳລອງການຊື້ຂາຍຫຸ້ນອອນລາຍຍັງເປີດໂອກາດໃຫ້ທ່ານຮຽນຮູ້ພື້ນຖານສຳຄັນຂອງຕະຫຼາດ.

ໂດຍສະເພາະ ຜູ້ໃຊ້ສາມາດຮຽນຮູ້ວິທີເປີດສະຖານະ Short ຫຼື Long, ຄຳນວນຕົ້ນທຶນການຊື້ຂາຍ, ສຳຫຼວດພາບລວມແລະວິເຄາະຕະຫຼາດຫຸ້ນ ແລະອື່ນໆ. ເຄື່ອງຈຳລອງໃຊ້ອັດຕາສ່ວນທາງການເງິນຫຼາຍປະເພດໃນການດຳເນີນງານ ເຊັ່ນ ອັດຕາສ່ວນໜີ້ສິນຕໍ່ທຶນ ແລະອັດຕາສ່ວນລາຄາຕໍ່ກຳໄລ.

ດັ່ງນັ້ນ ການໃຊ້ເຄື່ອງຈຳລອງການຊື້ຂາຍຫຸ້ນຟຣີຈະຊ່ວຍໃຫ້ທ່ານໄດ້ປະໂຫຍດດັ່ງນີ້:

  • ເຫັນພາບລວມດ້ານເສດຖະກິດແລະການເງິນໄດ້ກວ້າງຂຶ້ນ.
  • ຕິດຕາມເຫດການສຳຄັນແລະຂ່າວສານທີ່ກ່ຽວກັບທຸລະກິດ.
  • ວິເຄາະແລະຕິດຕາມລາຄາຫຸ້ນ.
  • ວິທີຮຽນຮູ້ພື້ນຖານການຊື້ຂາຍທີ່ງ່າຍແລະມ່ວນ ໂດຍບໍ່ສູນເສຍເງິນແມ່ນແຕ່ກີບດຽວ.
  • ສາມາດທົດລອງໃຊ້ຟັງຊັນທີ່ຊັບຊ້ອນຂຶ້ນ ແລະຮຽນຮູ້ແນວທາງການຊື້ຂາຍຫຸ້ນທີ່ແຕກຕ່າງກັນ.

ເຄື່ອງຈຳລອງອອນລາຍບາງອັນຖືກພັດທະນາຂຶ້ນເພື່ອສ້າງຊຸມຊົນຜູ້ໃຊ້ ແລະເປີດໂອກາດໃຫ້ພວກເຂົາເຂົ້າຮ່ວມການແຂ່ງຂັນເປັນປະຈຳ. ນີ້ເປັນໂອກາດທີ່ດີໃນການຝຶກທັກສະ ແລະທົດສອບກົນລະຍຸດການຊື້ຂາຍສະເພາະ ໂດຍປຽບທຽບກັບແນວທາງອື່ນໆ.

ເງື່ອນໄຂການຊື້ຂາຍດີທີ່ສຸດໃນອຸດສາຫະກຳ
ໂບນັດຝາກເງິນ
ສູງສຸດ 200% ໂບນັດຝາກເງິນ 
ສູງສຸດ 200%
Spread
ເລີ່ມຕົ້ນທີ່ 0 pip Spread 
ເລີ່ມຕົ້ນທີ່ 0 pip
ສຳເນົາທີ່ໄດ້ຮັບລາງວັນ
ແພລດຟອມການຊື້ຂາຍ ສຳເນົາທີ່ໄດ້ຮັບລາງວັນ
ແພລດຟອມການຊື້ຂາຍ
ເຂົ້າຮ່ວມທັນທີ

ຄວນເລືອກເຄື່ອງຈຳລອງການຊື້ຂາຍຫຸ້ນອອນລາຍປະເພດໃດ?

ເຄື່ອງຈຳລອງການຊື້ຂາຍຫຸ້ນອອນລາຍມີຫຼາຍປະເພດ. ທ່ານສາມາດເລືອກປະເພດທີ່ກົງກັບຄວາມຕ້ອງການ. ແຕ່ລະເຄື່ອງມືມີຟັງຊັນແລະຕົວເລືອກການຊື້ຂາຍສະເພາະຂອງຕົນ. ບາງອັນມີພຽງຟັງຊັນພື້ນຖານສຳລັບການລົງທຶນ ສ່ວນບາງອັນເປັນທາງເລືອກທີ່ຊັບຊ້ອນກວ່າ ພ້ອມເຄື່ອງມືຂັ້ນສູງສຳລັບຊື້ຂາຍ Forex ຫຼື Options.

ເຄື່ອງຈຳລອງບາງອັນມີພຽງຄູ່ມືແນະນຳຫຼືບົດສອນ. ສ່ວນແອັບອື່ນໆໄດ້ຮັບການສະໜັບສະໜູນຈາກບໍລິສັດຂະໜາດໃຫຍ່ ເຊິ່ງຈັດການແຂ່ງຂັນແລະທົວນາເມັນໃຫ້ຜູ້ໃຊ້. ພວກເຮົາແນະນຳໃຫ້ເລີ່ມຈາກເຄື່ອງຈຳລອງແບບງ່າຍກ່ອນ ແລ້ວຄ່ອຍໃຊ້ແບບທີ່ຊັບຊ້ອນຂຶ້ນ ເມື່ອທ່ານມີຜົນງານດີຂຶ້ນ.

ເຄື່ອງຈຳລອງການຊື້ຂາຍຫຸ້ນທີ່ນິຍົມທີ່ສຸດ

ຕໍ່ໄປ ເຮົາມາເບິ່ງເຄື່ອງຈຳລອງການຊື້ຂາຍຮຸ້ນທີ່ນິຍົມບາງສ່ວນ ເຊິ່ງໄດ້ຮັບການຍອມຮັບວ່າເປັນເຄື່ອງມືທີ່ຜ່ານການໃຊ້ງານມາຢ່າງຍາວນານ ແລະເຊື່ອຖືໄດ້ສຳລັບຝຶກຝົນທັກສະການຊື້ຂາຍຮຸ້ນ.

1. ເຄື່ອງຈຳລອງການຊື້ຂາຍຮຸ້ນ Wall Street Survivor

ເຄື່ອງຈຳລອງການຊື້ຂາຍຮຸ້ນນີ້ເປັນໜຶ່ງໃນຕົວເລືອກທີ່ໃຫ້ບໍລິການມາຍາວນານທີ່ສຸດໃນຕະຫຼາດ. ຜູ້ໃຊ້ສາມາດເພີ່ມພູນຄວາມຮູ້ດ້ານການເງິນ ແລະຝຶກຝົນທັກສະການລົງທຶນໄດ້ທີ່ນີ້. ນອກຈາກນັ້ນ ຜູ້ທີ່ຜ່ານຂັ້ນຕອນການຮຽນຮູ້ສຳເລັດ ຈະໄດ້ຮັບປະລິນຍາບັດຈົບຫຼັກສູດ.

ນອກຈາກຈະສາມາດຊື້ຂາຍຕາມວິທີຂອງທ່ານໂດຍໃຊ້ເງິນສົມມຸດແລ້ວ ເຄື່ອງຈຳລອງນີ້ຍັງມີບົດຮຽນວິດີໂອຫຼາຍລາຍການ, ບົດຄວາມ, ແລະຂໍ້ມູນທີ່ເປັນປະໂຫຍດອື່ນໆທີ່ທ່ານຫາບໍ່ໄດ້ຈາກບ່ອນອື່ນ. ຜູ້ໃຊ້ຍັງສາມາດເລືອກອ່ານ eBook ແລະເອກະສານອື່ນໆທີ່ເປັນປະໂຫຍດໄດ້.

2. How The Market Works

ເຄື່ອງຈຳລອງນີ້ກໍເປັນຜູ້ຊ່ຽວຊານທີ່ມີປະສົບການຍາວນານໃນຂະແໜງນີ້. ມັນເປີດໃຫ້ບໍລິການມາໄດ້ດົນແລ້ວ ແລະເປັນເກມລົງທຶນແບບເວລາຈິງ. ນອກຈາກນີ້ ຍັງເປີດໃຫ້ເຂົ້າເຖິງຄັງຄວາມຮູ້ສະເພາະຂອງເວັບໄຊ ທີ່ມີ ເອກະສານການຮຽນຮູ້ຫຼາກຫຼາຍລາຍການ ແລະຂໍ້ມູນທີ່ຈະຊ່ວຍໃຫ້ທ່ານເຂົ້າໃຈພື້ນຖານຂອງຕະຫຼາດຮຸ້ນ.

ດ້ວຍເຄື່ອງມືນີ້ ທ່ານສາມາດຝຶກຊື້ຂາຍດ້ວຍວິທີການທີ່ແຕກຕ່າງກັນ ເຊັ່ນ ການຊື້ຂາຍຮຸ້ນທົ່ວໂລກ, ETF, ສັນຍາຊື້ຂາຍລ່ວງໜ້າສິນຄ້າໂພກພັນ, ອອບຊັນ ແລະກອງທຶນລວມ. ນອກຈາກນີ້ ຜູ້ໃຊ້ຍັງສາມາດເບິ່ງກຣາຟລາຄາ, ຕົວຊີ້ວັດ, ແລະເຄື່ອງມືສຳຄັນອື່ນໆ.

ສະຫຼຸບ

ເຄື່ອງຈຳລອງການຊື້ຂາຍຮຸ້ນເປັນເຄື່ອງມືການຮຽນຮູ້ທີ່ເໝາະສຳລັບທັງຜູ້ເລີ່ມຕົ້ນ ແລະຜູ້ຊ່ຽວຊານ. ຜູ້ເລີ່ມຕົ້ນສາມາດຮຽນຮູ້ພື້ນຖານການຊື້ຂາຍຮຸ້ນ ແລະລອງໃຊ້ກົນລະຍຸດຕ່າງໆ. ນັກລົງທຶນທີ່ມີປະສົບການສາມາດພັດທະນາເຕັກນິກໃຫ້ດີຂຶ້ນ ພ້ອມທັງເຂົ້າຮ່ວມການແຂ່ງຂັນທີ່ມີຜູ້ສະໜັບສະໜູນ ແລະເພີ່ມພູນຄວາມຮູ້ດ້ວຍການເຂົ້າເຖິງເອກະສານເຊີງປະຕິບັດ ແລະເຊີງທິດສະດີຈຳນວນຫຼາຍ.

ເອກະສານນີ້ບໍ່ມີ ແລະບໍ່ຄວນຖືກຕີຄວາມວ່າມີ ຄຳແນະນຳການລົງທຶນ, ຄຳແນະນຳການລົງທຶນສະເພາະ, ການສະເໜີ ຫຼືການຊັກຊວນໃຫ້ເຮັດທຸລະກຳໃດໆໃນເຄື່ອງມືທາງການເງິນ. ກ່ອນຕັດສິນໃຈລົງທຶນ ທ່ານຄວນຂໍຄຳແນະນຳຈາກທີ່ປຶກສາການເງິນອິດສະຫຼະ ເພື່ອໃຫ້ແນ່ໃຈວ່າທ່ານເຂົ້າໃຈຄວາມສ່ຽງ.