ອອກຈາກລະບົບ
ທ່ານແນ່ໃຈບໍວ່າຕ້ອງການອອກຈາກລະບົບ?

8 ຂໍ້ຜິດພາດທີ່ພົບເລື້ອຍໃນການຊື້ຂາຍ ແລະວິທີແກ້ໄຂ

ການເຮັດຜິດພາດໃນການຊື້ຂາຍເປັນປະຈຳເປັນເລື່ອງປົກກະຕິ, ໂດຍສະເພາະສຳລັບຜູ້ເລີ່ມຕົ້ນ. ຄວາມຜິດພາດໃນການຊື້ຂາຍສ່ວນໃຫຍ່ມັກເກີດຈາກການຂາດຄວາມຮູ້ທີ່ພຽງພໍ. ມືໃໝ່ເຊື່ອວ່າຕະຫຼາດການເງິນເປັນດິນແດນແຫ່ງຄວາມຮັ່ງມີ (Eldorado), ບ່ອນທີ່ທຸກຄົນສາມາດລວຍໄດ້ພາຍໃນບໍ່ກີ່ວິນາທີ.

None

ແຕ່ຄວາມຈິງແລ້ວ ບໍ່ແມ່ນແນວນັ້ນ. ນີ້ແມ່ນເຫດຜົນທີ່ນັກລົງທຶນໜ້າໃໝ່ 90% ປະສົບຄວາມລົ້ມເຫຼວຕັ້ງແຕ່ເລີ່ມຕົ້ນ. ຫົວໃຈສຳຄັນຂອງຄວາມສຳເລັດບໍ່ແມ່ນພຽງແຕ່ຮູ້ວິທີແກ້ໄຂບັນຫາຫຼັກໆໃນການຊື້ຂາຍເທົ່ານັ້ນ, ແຕ່ຍັງຕ້ອງຮູ້ຈັກສັງເກດຕົນເອງ ເພື່ອລະບຸຂໍ້ຜິດພາດສຳຄັນ. ເວົ້າງ່າຍໆກໍຄື ເມື່ອທ່ານເຂົ້າໃຈບັນຫາ ທ່ານກໍຈະຄິດອອກວ່າຈະຮັບມືກັບມັນແນວໃດ.

ໃນອີກດ້ານໜຶ່ງ ການພະຍາຍາມແກ້ໄຂທຸກຢ່າງພ້ອມກັນກໍມັກຈະບໍ່ໄດ້ຜົນ. ສິ່ງນີ້ອາດເຮັດໃຫ້ນັກຊື້ຂາຍສັບສົນ ແລະຮູ້ສຶກວ່າມີຫຼາຍສິ່ງຈົນຮັບມືບໍ່ໄຫວ. ດັ່ງນັ້ນ ຄວນຄ່ອຍໆດຳເນີນໄປຕາມຂັ້ນຕອນ ໂດຍແກ້ໄຂບັນຫາໃນການຊື້ຂາຍເທື່ອລະຢ່າງ. ນອກຈາກນີ້ ຜູ້ເລີ່ມຕົ້ນຄວນພິຈາລະນາແນວຄິດສຳຄັນອື່ນໆ ເຊັ່ນ ຈິດວິທະຍາການຊື້ຂາຍ, ການບໍລິຫານເງິນທຶນ ແລະການຄວບຄຸມອາລົມ.

ໃນບົດຄວາມນີ້ ພວກເຮົາຈະທົບທວນຂໍ້ຜິດພາດທີ່ພົບເຫັນເລື້ອຍໆ 8 ຂໍ້ ແລະວິທີຫຼີກລ່ຽງຂໍ້ຜິດພາດເຫຼົ່ານັ້ນ.

ຂໍ້ຜິດພາດທີ່ພົບເລື້ອຍໃນການຊື້ຂາຍ

ນັກລົງທຶນມືໃໝ່ເກືອບທັງໝົດມັກເຮັດຜິດພາດຄ້າຍໆກັນໃນການຊື້ຂາຍ ເມື່ອເຂົ້າສູ່ຕະຫຼາດແລະເລີ່ມຊື້ຂາຍໃນວົງເງິນສູງ. ຂໍ້ຜິດພາດທີ່ພົບເລື້ອຍທີ່ສຸດລວມມີຄວາມຮູ້ບໍ່ພຽງພໍ, ການຂາດແຜນການຊື້ຂາຍທີ່ມີຂັ້ນຕອນການຈັດການຄວາມສ່ຽງແລະເງິນທຶນ, ການຮັບມືກັບຄວາມຢ້ານກົວໃນການຊື້ຂາຍບໍ່ໄດ້, ຄວາມກັງວົນ ແລະອາລົມດ້ານລົບອື່ນໆ ຊຶ່ງອາດທຳລາຍແມ່ນແຕ່ກົນລະຍຸດທີ່ປະສົບຜົນສຳເລັດແລະຜ່ານການພິສູດແລ້ວກໍຕາມ.

ຜູ້ເຂົ້າຮ່ວມຕະຫຼາດບາງຄົນໝັ້ນໃຈໃນຕົນເອງຫຼາຍເກີນໄປ. ສ່ວນບາງຄົນກໍຂາດຄວາມກ້າທີ່ຈະລົງມືເຮັດ ເມື່ອສະພາບຕະຫຼາດເປັນໄປໃນຮູບແບບໃດຮູບແບບໜຶ່ງ. ບໍ່ວ່າຈະເປັນຄວາມຜິດພາດແບບໃດ ກໍລ້ວນແຕ່ນຳໄປສູ່ການສູນເສຍເງິນທຶນຈຳນວນຫຼາຍ. ການຂາດການຈັດການຄວາມສ່ຽງແລະເງິນທຶນຢ່າງເໝາະສົມ ກໍເປັນໜຶ່ງໃນຄວາມຜິດພາດໃນການຊື້ຂາຍທີ່ພົບເລື້ອຍທີ່ສຸດ ເຊິ່ງນັກລົງທຶນມືໃໝ່ຄວນຫຼີກລ້ຽງ.

ເຮົາມາສຶກສາຄວາມຜິດພາດໃນການຊື້ຂາຍທີ່ພົບເຫັນໃນແຕ່ລະຂໍ້ໃຫ້ລະບຽດຂຶ້ນ ເພື່ອເພີ່ມການຮັບຮູ້ຕໍ່ຕົນເອງຂອງເຮົາ.

1. ອັນຕະລາຍຈາກການຂາດຄວາມຮູ້

ຕະຫຼາດການເງິນອາດເປັນສະພາບແວດລ້ອມທີ່ຜັນຜວນຮຸນແຮງ ໂດຍສະເພາະສຳລັບຜູ້ທີ່ບໍ່ໄດ້ກຽມຕົວມາດີ. ຕະຫຼາດເຄື່ອນໄຫວຢູ່ຕະຫຼອດເວລາ. ການເຄື່ອນໄຫວສ່ວນໃຫຍ່ເກີດຂຶ້ນໂດຍບໍ່ຄາດຄິດ ແລະຄາດຄະເນໄດ້ຍາກຕັ້ງແຕ່ຕົ້ນ. ຫາກບໍ່ຢາກຮູ້ສຶກຮັບມືບໍ່ໄຫວ ການຮຽນຮູ້ຢ່າງໜ້ອຍກໍຄືພື້ນຖານການຊື້ຂາຍຈຶ່ງເປັນສິ່ງຈຳເປັນ.

None

ສິ່ງສຳຄັນຄືການເຂົ້າໃຈວ່າລາຄາ/ແນວໂນ້ມເຄື່ອນໄຫວແບບນັ້ນແນວໃດ ແລະເປັນຫຍັງ. ມີແຫຼ່ງຄວາມຮູ້ຟຣີຫຼາຍແຫ່ງ ການຮຽນຮູ້ພື້ນຖານຈຶ່ງບໍ່ຍາກ ແທນທີ່ຈະເປີດອໍເດີຕາມຄວາມຮູ້ສຶກ.

ນອກຈາກນີ້ ການຮຽນຮູ້ຄຳສັບພື້ນຖານໃນການຊື້ຂາຍກໍສຳຄັນຫຼາຍ ເພາະຈະຊ່ວຍໃຫ້ທ່ານລະບຸສິນຊັບທີ່ມີຄວາມຜັນຜວນຕາມເງື່ອນໄຂຂອງກົນລະຍຸດທ່ານໄດ້ງ່າຍຂຶ້ນ. ການມອງຂ້າມໂອກາດຮຽນຮູ້ກ່ອນເຂົ້າສູ່ຕະຫຼາດ ແມ່ນໜຶ່ງໃນຄວາມຜິດພາດໃຫຍ່ທີ່ສຸດທີ່ນັກຊື້ຂາຍມືໃໝ່ຫຼາຍຄົນເຮັດ.

2. ການຊື້ຂາຍໂດຍບໍ່ມີແຜນການ

ເມື່ອທ່ານເລີ່ມເຮັດສິ່ງໃໝ່ ທ່ານຄົງວາງແຜນໄວ້ກ່ອນ ແມ່ນບໍ? ໂດຍສະເພາະ ເມື່ອຕ້ອງວາງແຜນງົບປະມານ. ການຊື້ຂາຍໃນຕະຫຼາດການເງິນກໍເຊັ່ນກັນ. ການສ້າງແຜນງານກໍເພື່ອກຳນົດລະອຽດກ່ຽວກັບກົນລະຍຸດສຳລັບອະນາຄົດຂອງທ່ານ ແລະຍຶດໝັ້ນຕາມແຜນນັ້ນ ບໍ່ວ່າຈະເກີດຫຍັງຂຶ້ນກໍຕາມ.

ແຜນການຊື້ຂາຍກໍຄືແຜນທີ່ນຳທາງການຊື້ຂາຍຂອງທ່ານ. ທ່ານຈະຮູ້ຢູ່ສະເໝີວ່າຄວນເຮັດຫຍັງ ບໍ່ວ່າຕະຫຼາດຈະເຄື່ອນໄຫວແບບບໍ່ຄາດຄິດພຽງໃດກໍຕາມ. ນັກຊື້ຂາຍມືໃໝ່ສ່ວນໃຫຍ່ປະຖິ້ມແຜນຂອງຕົນຫຼັງຈາກເຈິມື້ທີ່ຂາດທຶນຄັ້ງທຳອິດໃນຕະຫຼາດ. ຢ່າເຮັດແບບນັ້ນເດັດຂາດ. ບໍ່ມີທາງຊະນະຢູ່ຕະຫຼອດ. ຄຳຖາມຄື ທ່ານຈະຂາດທຶນຫຼາຍປານໃດ ເມື່ອມີຫຼືບໍ່ມີແຜນການຊື້ຂາຍ.

3. ລົງເລິກເກີນໄປ ໄວເກີນໄປ

ຂໍ້ນີ້ໝາຍເຖິງຄວາມຜິດພາດໃນການຊື້ຂາຍຂໍ້ທຳອິດຫຼາຍກວ່າ. ການຂາດຄວາມຮູ້ແລະປະສົບການມັກມາພ້ອມກັບຄວາມຄິດທີ່ວ່າຕະຫຼາດການເງິນເປັນສິ່ງທີ່ສຶກສາໄດ້ງ່າຍ. ນອກຈາກນັ້ນ ຜູ້ເລີ່ມຕົ້ນສ່ວນໃຫຍ່ຍັງໝັ້ນໃຈວ່າຕົນສາມາດສ້າງຄວາມຮັ່ງມີໄດ້ໃນທັນທີ.

ໃນຫຼາຍກໍລະນີ ມັນຈະນຳໄປສູ່ການຂາດທຶນຢ່າງໜັກ. ການຊື້ຂາຍບໍ່ແມ່ນເກມ ຫຼື ການພະນັນ. ທ່ານຕ້ອງຮູ້ຢ່າງຊັດເຈນວ່າຄວນກ້າວຕໍ່ໄປແນວໃດ. ດັ່ງນັ້ນ ການຕັດສິນໃຈຈຶ່ງສຳຄັນຫຼາຍ. ຂໍໃຫ້ຈື່ໄວ້ວ່າ ບໍ່ມີໃຜສາມາດຮັບປະກັນຄວາມສຳເລັດຢ່າງໄວວາ ແລະຜົນກຳໄລກ້ອນໃຫຍ່ໄດ້ ເຖິງແມ່ນໃນໄລຍະຍາວກໍຕາມ. ຕະຫຼາດການເງິນມີຄວາມສ່ຽງຢູ່ສະເໝີ ເຊິ່ງຜູ້ເລີ່ມຕົ້ນຄວນຮັບຮູ້. ທ່ານສາມາດຮັບມືກັບຄວາມສ່ຽງເຫຼົ່ານັ້ນໄດ້ບໍ? ນັ້ນຄືຄຳຖາມ.

4. ປ່ອຍໃຫ້ອາລົມຄອບງຳການຕັດສິນໃຈ

ຈິດວິທະຍາການຊື້ຂາຍເນັ້ນການຄວບຄຸມອາລົມຂອງຕົນເອງ. ແຕ່ຕະຫຼາດອາດຜັນຜວນຢ່າງຮຸນແຮງ ຈົນເຮັດໃຫ້ແມ່ນແຕ່ນັກຊື້ຂາຍທີ່ມີປະສົບການແລະປະສົບຜົນສຳເລັດ ຍັງເຮັດຕາມອາລົມແທນການເຮັດຕາມແຜນ.

None

ການຄວບຄຸມອາລົມໃຫ້ສະຫງົບເປັນເລື່ອງຍາກ ເມື່ອເຫັນ position ທີ່ເບິ່ງຄືວ່າມີໂອກາດດີກັບກາຍເປັນການຂາດທຶນ. ສິ່ງດຽວທີ່ທ່ານເຮັດໄດ້ຄືຍອມຮັບມັນ. ສິ່ງສຳຄັນຄືການຍອມຮັບຄວາມຈິງວ່າທ່ານຈະຂາດທຶນ. ທຸກຄົນຕ່າງກໍຂາດທຶນເປັນບາງຄັ້ງ. ການຄາດຫວັງວ່າຈະສຳເລັດ 10% ຈາກການຊື້ຂາຍແຕ່ລະຄັ້ງແມ່ນເປັນຄວາມຄິດທີ່ບໍ່ສົມເຫດສົມຜົນ.

ບໍ່ວ່າຈະເກີດຫຍັງຂຶ້ນ ຜູ້ເລີ່ມຕົ້ນບໍ່ຄວນຕັດສິນໃຈຊື້ຂາຍຕາມອາລົມ. ຫົວໃຈສຳຄັນຂອງຄວາມສຳເລັດຄືການຍຶດໝັ້ນຕາມແຜນ ແລະບໍ່ສ່ຽງເງິນເກີນກວ່າທີ່ທ່ານສາມາດຮັບຄວາມເສຍຫາຍໄດ້. ຍິ່ງຊື້ຂາຍຫຼາຍ ກໍຍິ່ງມີປະສົບການໃນການເຂົ້າໃຈວ່າຄວນດຳເນີນການແນວໃດໃນສະພາບຕະຫຼາດແຕ່ລະແບບ.

5. ດາບສອງຄົມຂອງຄວາມໝັ້ນໃຈເກີນໄປແລະການຊື້ຂາຍແກ້ແຄ້ນ

ໜ້າເສຍດາຍທີ່ຜູ້ເລີ່ມຕົ້ນບໍ່ແມ່ນທຸກຄົນຈະຮັບມືກັບຄວາມດີໃຈສຸດຂີດຫຼັງຈາກປະສົບຜົນສຳເລັດຄັ້ງທຳອິດໄດ້. ໃນຈຸດນີ້ ພວກເຂົາຈະເລີ່ມໝັ້ນໃຈໃນຕົນເອງເກີນໄປ. ພວກເຂົາເລີ່ມຄິດວ່າຕົນເອງເຂົ້າໃຈຕະຫຼາດການເງິນຢ່າງຊຳນານແລ້ວ. ພວກເຂົາກາຍເປັນ “ຄົນໃຫຍ່ຄົນໂຕ” ໃນສະຖານະການນັ້ນ ໂດຍບໍ່ຮູ້ຕົວເລີຍວ່າອັນຕະລາຍກຳລັງລໍຖ້າຢູ່. ນັກລົງທຶນຕັດສິນໃຈຢ່າງຜີວເຜີນ ຊຶ່ງນຳໄປສູ່ການສູນເສຍເງິນທຶນທັງໝົດ.

None

ໃນທາງກົງກັນຂ້າມ ມື້ທຳອິດທີ່ຕະຫຼາດຜັນຜວນໄປໃນທາງລົບອາດເຮັດໃຫ້ທ່ານຢາກເອົາເງິນທີ່ຂາດທຶນຄືນ. ໃນຊ່ວງນີ້ ນັກຊື້ຂາຍມັກຈະເຂົ້າສູ່ການຊື້ຂາຍເພື່ອແກ້ແຄ້ນ ເພື່ອຊົດເຊີຍຄວາມຜິດພາດກ່ອນໜ້ານີ້. ໂດຍທົ່ວໄປ ວິທີນີ້ມັກນຳໄປສູ່ການຂາດທຶນຫຼາຍຂຶ້ນ. ຫຼັກສຳຄັນຄືການຍຶດໝັ້ນຕາມແຜນສະເໝີ ແລະນຳໃຊ້ຫຼັກການຈັດການຄວາມສ່ຽງແລະເງິນທຶນ ເພື່ອປົກປ້ອງເງິນຂອງທ່ານ.

6. ການຖ່ວງເວລາສິ່ງທີ່ຫຼີກລ່ຽງບໍ່ໄດ້: ຕົ້ນທຶນຂອງການບໍ່ຈຳກັດການຂາດທຶນ

ການຈຳກັດການຂາດທຶນເປັນສ່ວນໜຶ່ງຂອງກົນລະຍຸດການຈັດການເງິນທຶນທີ່ພວກເຮົາໄດ້ກ່າວໄວ້ກ່ອນໜ້ານີ້. ຫຼັກການນັ້ນເຂົ້າໃຈໄດ້ງ່າຍຫຼາຍ: ຢ່າຊື້ຂາຍເກີນ 5% ຂອງຍອດເງິນຄົງເຫຼືອທັງໝົດຂອງທ່ານເດັດຂາດ. ຄວາມຜິດພາດໃນການຊື້ຂາຍບາງຢ່າງທີ່ກ່າວມາຂ້າງເທິງອາດຜັກດັນໃຫ້ຜູ້ຮ່ວມຕະຫຼາດຊື້ຂາຍດ້ວຍວົງເງິນທີ່ໃຫຍ່ຂຶ້ນ ເພາະໝັ້ນໃຈໃນຕົນເອງຫຼາຍເກີນໄປ ຫຼືຕ້ອງການເອົາເງິນທີ່ຂາດທຶນຄືນ.

ພວກເຮົາແນະນຳໃຫ້ທ່ານພິຈາລະນາຕະຫຼາດຢ່າງເປັນກາງໃຫ້ຫຼາຍທີ່ສຸດ. ບໍ່ດັ່ງນັ້ນ ທ່ານອາດສ່ຽງຕໍ່ການສູນເສຍເງິນທັງໝົດ ໂດຍສະເພາະເມື່ອຊື້ຂາຍດ້ວຍ leverage ແລະບໍ່ເຂົ້າໃຈວິທີເຮັດວຽກຂອງມັນຢ່າງແທ້ຈິງ. ນອກນີ້ ພະຍາຍາມຫຼີກລ່ຽງການເພີ່ມຄວາມສ່ຽງໃນການຊື້ຂາຍ ເຖິງແມ່ນທ່ານຈະໝັ້ນໃຈ 100% ວ່າຕະຫຼາດຈະຍັງຄົງປັບຕົວຂຶ້ນຕໍ່ໄປ.

7. ສ່ຽງເງິນທຶນຫຼາຍເກີນໄປໃນການຊື້ຂາຍຄັ້ງດຽວ

ຄວາມຜິດພາດໃນການຊື້ຂາຍກ່ອນໜ້ານີ້ອາດນຳໄປສູ່ຄວາມຜິດພາດອີກຢ່າງໜຶ່ງ ຄືການເປີດສະຖານະການຊື້ຂາຍໃຫຍ່ເກີນໄປ. ເມື່ອທ່ານລົງທຶນເງິນທຶນຫຼາຍເກີນໄປໃນສິນຊັບດຽວ ຫຼືສະຖານະການຊື້ຂາຍດຽວ ຄວາມສ່ຽງໃນການຊື້ຂາຍກໍເພີ່ມຂຶ້ນນຳ. ດັ່ງຄຳສຸພາສິດເກົ່າທີ່ວ່າ “ຢ່າໃສ່ໄຂ່ທັງໝົດໄວ້ໃນກະຕ່າດຽວ”.

ຈຸດນີ້ເອງທີ່ການກະຈາຍການລົງທຶນໃນພອດຟໍລິໂອອາດເປັນທາງເລືອກທີ່ດີກວ່າ. ການລົງທຶນໃນຕະຫຼາດທີ່ຫຼາກຫຼາຍຈະຊ່ວຍຮັກສາເງິນທຶນຂອງທ່ານໃຫ້ປອດໄພ ແລະເພີ່ມໂອກາດໃນການໄດ້ກຳໄລ. ໃນອີກດ້ານໜຶ່ງ ນັກລົງທຶນມືໃໝ່ບາງຄົນມັກກະຈາຍການລົງທຶນໃນພອດຟໍລິໂອຫຼາຍເກີນໄປຢ່າງໄວວາ.

ການກະຈາຍການລົງທຶນບໍ່ແມ່ນການຊື້ສິນຊັບແບບບໍ່ມີເຫດຜົນ. ແຕ່ເປັນການວາງແຜນຢ່າງເໝາະສົມ, ສຶກສາຕະຫຼາດທີ່ຫຼາກຫຼາຍ ແລະຄົ້ນຄວ້າສິນຊັບທີ່ເໝາະສົມທີ່ສຸດ ເຊິ່ງອາດໃຫ້ຜົນຕອບແທນທີ່ດີ.

8. ພະລັງຂອງບັນທຶກການຊື້ຂາຍທີ່ຖືກປະເມີນຄ່າຕ່ຳເກີນໄປ

ຖ້າທ່ານຖາມນັກຊື້ຂາຍມືອາຊີບຄົນໃດກໍຕາມວ່າມີບັນທຶກການຊື້ຂາຍຫຼືບໍ່ ຄຳຕອບກໍຄື “ມີ”. ແນ່ນອນວ່າ ບັນທຶກນີ້ບໍ່ໄດ້ມີໄວ້ຈົດຄວາມຮູ້ສຶກ ຫຼືອາລົມຂອງທ່ານກ່ຽວກັບຕະຫຼາດໃນມື້ຕໍ່ໄປ. ຈຸດປະສົງຂອງບັນທຶກການຊື້ຂາຍຄື ຈົດບັນທຶກຫຼັງຈາກການຊື້ຂາຍແຕ່ລະຄັ້ງ ບໍ່ວ່າຈະສຳເລັດ ຫຼືຂາດທຶນ.

ຊ່ວຍໃຫ້ນັກລົງທຶນວິເຄາະວ່າສິ່ງໃດທີ່ຜິດຫຼືຖືກ, ປັບແຜນການຊື້ຂາຍຫຼືກະລະຍຸດ, ພ້ອມທັງພັດທະນາກະບວນການຕັດສິນໃຈໃຫ້ດີຂຶ້ນແລະທັນກັບສະພາບຕະຫຼາດທີ່ປ່ຽນແປງ. ບັນທຶກການຊື້ຂາຍຈະຊ່ວຍທ່ານທຳຄວາມເຂົ້າໃຈປະວັດການຊື້ຂາຍຂອງຕົນ, ນຳປະສົບການທີ່ຜ່ານມາມາພິຈາລະນາ ແລະຊ່ວຍยົກລະດັບການຊື້ຂາຍຂອງທ່ານໃຫ້ກ້າວໄປອີກຂັ້ນ.

ຂໍ້ຄິດສະຫຼຸບກ່ຽວກັບປັນຍາໃນການຊື້ຂາຍ

ການເຮັດຜິດແມ່ນເລື່ອງປົກກະຕິ.ນັກຊື້ຂາຍທຸກຄົນລ້ວນເຄີຍເຮັດຜິດ ບໍ່ວ່າຈະມີຄວາມຮູ້ຫຼືປະສົບການດ້ານການເງິນຫຼາຍປານໃດກໍຕາມ.ຖ້າເກີດເຫດການໃດໜຶ່ງທີ່ກ່າວມາຂ້າງເທິງ ກໍບໍ່ໄດ້ໝາຍຄວາມວ່າທ່ານຄວນຢຸດການຊື້ຂາຍທັນທີ.ສິ່ງສຳຄັນຄືການຮູ້ຈັກຂໍ້ຜິດພາດເຫຼົ່ານັ້ນ ແລະຫຼີກລ່ຽງບໍ່ໃຫ້ເກີດຂຶ້ນອີກໃນອະນາຄົດ.

ການມີແຜນການຊື້ຂາຍທີ່ລະອຽດແລະຊັດເຈນແມ່ນວິທີແກ້ໄຂຫຼັກ. ແຜນນີ້ຊ່ວຍໃຫ້ຕັດສິນໃຈໄດ້ດີຂຶ້ນ ໂດຍຊ່ວຍໃຫ້ທ່ານເຂົ້າໃຈຢ່າງຊັດເຈນວ່າຄວນເຮັດຂັ້ນຕອນໃດຕໍ່ໄປ ແລະເປັນຫຍັງ. ຜູ້ເລີ່ມຕົ້ນບໍ່ຄວນລະເລີຍການຮຽນຮູ້ ພ້ອມທັງການຄຸ້ມຄອງຄວາມສ່ຽງແລະເງິນທຶນ, ການຄວບຄຸມອາລົມ ແລະການວາງແຜນງົບປະມານ.