Scan & Get our app!
Get our app!
Download our app and stay connected on the go.
Scan & Get our app!
Scan QR-code to download our app and stay connected on the go.

ຄຳຍັງເຄື່ອນໄຫວຢູ່ພາຍໃນຮູບສາມຫຼ່ຽມສົມມາດທີ່ກໍ່ຕົວມາໄດ້ 2 ອາທິດ ແຕ່ແຮງຊື້ເບິ່ງຄືວ່າກຳລັງອ່ອນແຮງລົງໃນໄລຍະຫຼັງ. ເຖິງຢ່າງນັ້ນ ເສັ້ນຂອບລຸ່ມຂອງຮູບສາມຫຼ່ຽມດັ່ງກ່າວ ແລະເສັ້ນແນວໂນ້ມຂາຂຶ້ນທີ່ເປັນແນວຮັບມາຕັ້ງແຕ່ເດືອນພຶດສະພາ ຢູ່ປະມານ $1,822 ແລະ $1,812 ຕາມລຳດັບ ອາດຈະຕ້ານການປັບລົງໃນລະຍະສັ້ນຂອງໂລຫະມີຄ່ານີ້. ລະດັບ Fibonacci retracement 78.6% ຂອງການປັບຂຶ້ນລະຫວ່າງເດືອນພຶດສະພາຫາເດືອນມິຖຸນາ ຢູ່ໃກ້ $1,805 ກໍເປັນອີກດ່ານທີ່ອາດຈະກັ້ນການປັບລົງ. ຖ້າລາຄາຄຳຫຼຸດຕ່ຳກວ່າ $1,805 ກໍຍັງບໍ່ອາດຕັດໂອກາດທີ່ລາຄາຈະປັບລົງຫາຈຸດຕ່ຳສຸດຂອງປີທີ່ຢູ່ໃກ້ $1,786 ໄດ້.
ໃນທາງກັບກັນ ເສັ້ນຕ້ານຂອງຮູບສາມຫຼ່ຽມຢູ່ໃກ້ $1,840 ກຳລັງກັ້ນການຟື້ນຕົວໃນລະຍະສັ້ນຂອງໂລຫະມີຄ່າ. ຖ້າແຮງຊື້ສາມາດຜ່ານດ່ານ $1,840 ໄດ້ ລະດັບ Fibonacci retracement 23.6% ຢູ່ໃກ້ $1,858 ອາດຈະທົດສອບແຮງປັບຂຶ້ນ ກ່ອນຈະມຸ່ງໄປຫາຈຸດສູງສຸດປະຈຳເດືອນທີ່ປະມານ $1,880. ຄວນສັງເກດວ່າ ຈຸດສູງສຸດໃນທ້າຍປີ 2021 ກໍຊ່ວຍເພີ່ມຄວາມແຂງແຮງໃຫ້ດ່ານ $1,880 ນຳ.
ໂດຍລວມແລ້ວ ລາຄາຄຳມີແນວໂນ້ມຈະຄ່ອຍໆປັບລົງ ນອກຈາກຈະສາມາດຜ່ານແນວຕ້ານສຳຄັນທີ່ $1,880 ໄດ້. ແຕ່ຕົວເລກສະຖິຕິສຳຄັນຫຼາຍລາຍການ ແລະຄຳປາໄສຂອງຜູ້ກຳນົດນະໂຍບາຍທະນາຄານກາງ ອາດສ້າງຄວາມແປກໃຈໄດ້. ດັ່ງນັ້ນ ຜູ້ຂາຍຄຳຄວນລະມັດລະວັງໃນການຕັດສິນໃຈໃນອາທິດນີ້.