ອອກຈາກລະບົບ
ທ່ານແນ່ໃຈບໍວ່າຕ້ອງການອອກຈາກລະບົບ?
MTrading Team • ມື້ນີ້

ຝ່າຍຊື້ EURUSD ເຂົ້າໃກ້ແນວຕ້ານ 1.0970 ກ່ອນການປະຊຸມ ECB

ຝ່າຍຊື້ EURUSD ເຂົ້າໃກ້ແນວຕ້ານ 1.0970 ກ່ອນການປະຊຸມ ECB

EURUSD ປັບຂຶ້ນຕິດຕໍ່ກັນ 4 ມື້ ພ້ອມທັງທຳລາຍລະດັບສູງສຸດປະຈຳເດືອນຄັ້ງໃໝ່ຢູ່ປະມານ 1.0915 ຂະນະທີ່ຜູ້ຊື້ຂາຍລໍຖ້າການປະກາດນະໂຍບາຍການເງິນຈາກທະນາຄານກາງເອີຣົບ (ECB) ໃນຕອນຕົ້ນຂອງວັນພະຫັດ. ການຟື້ນຕົວຫຼ້າສຸດຂອງຄູ່ເງິນເອີໂຣໄດ້ຮັບແຮງໜູນຈາກການຢຸດຂຶ້ນອັດຕາດອກເບ້ຍແບບຜ່ອນຄາຍຂອງທະນາຄານກາງສະຫະລັດ (Fed) ລວມທັງສັນຍານ RSI ແລະ MACD ທີ່ເປັນບວກ. ລາຄາທີ່ສາມາດເຄື່ອນເໜືອ 100-SMA ໄດ້ຢ່າງສຳເລັດຜົນ ຍັງຊ່ວຍເພີ່ມແຮງໜູນໃຫ້ແນວໂນ້ມຂາຂຶ້ນ. ດ້ວຍເຫດນີ້ ຄູ່ເງິນຫຼັກຄູ່ນີ້ມີແນວໂນ້ມຈະຂະຫຍາຍການຟື້ນຕົວຈາກອາທິດກ່ອນໜ້າ ໄປຫາເຂດແນວຕ້ານທີ່ມາຮວມກັນຢູ່ລະດັບ 1.0970. ເຂດນີ້ປະກອບມີເສັ້ນແນວຕ້ານທີ່ລາດລົງຈາກເດືອນກໍລະກົດ ແລະລະດັບ Fibonacci retracement 61.8% ຂອງການປັບຕົວລົງໃນຊ່ວງເດືອນກໍລະກົດຫາເດືອນຕຸລາ. ນອກຈາກລະດັບ 1.0970 ແລ້ວ ລະດັບ 1.1000 ທີ່ເປັນລະດັບຈິດວິທະຍາ ແລະລະດັບສູງສຸດປະຈຳເດືອນກ່ອນໜ້າທີ່ປະມານ 1.1020 ກໍເປັນດ່ານຕ້ານເພີ່ມເຕີມຕໍ່ການປັບຂຶ້ນ. ຖ້າລາຄາທະລຸຜ່ານລະດັບເຫຼົ່ານີ້ໄດ້ ຝ່າຍຊື້ຈະສາມາດທ້າທາຍຈຸດສູງສຸດຂອງປີທີ່ 1.1275 ເຊິ່ງເຮັດໄວ້ໃນເດືອນກໍລະກົດ.

ໃນອີກດ້ານໜຶ່ງ ລະດັບ Fibonacci 50% ແລະ 38.2% ທີ່ຢູ່ໃກ້ 1.0865 ແລະ 1.0760 ຕາມລຳດັບ ຈຳກັດການປັບລົງໃນລະຍະໃກ້ຂອງຄູ່ເງິນ EURUSD. ຖັດຈາກນັ້ນ 100-SMA ແລະ 50-SMA ຈະກົດດັນຝ່າຍຂາຍເງິນເອີໂຣໃກ້ລະດັບ 1.0750 ແລະ 1.0730 ຕາມລຳດັບ. ແນວໃດກໍຕາມ ຄວນສັງເກດວ່າ ເຂດແນວນອນໃກ້ 1.0670 ຊຶ່ງປະກອບດ້ວຍຫຼາຍລະດັບທີ່ກຳນົດໄວ້ນັບແຕ່ທ້າຍເດືອນພຶດສະພາ ເບິ່ງຄືຈະເປັນດ່ານທີ່ຍາກສຳລັບຝ່າຍຂາຍຄູ່ເງິນທີ່ຈະທະລຸຜ່ານໃນລຳດັບຕໍ່ໄປ.

ໂດຍລວມແລ້ວ ຄູ່ເງິນ EURUSD ເບິ່ງຄືວ່າພ້ອມຈະທົດສອບແນວຕ້ານ 1.0970 ແຕ່ການປັບຂຶ້ນຕໍ່ຂອງລາຄາຄູ່ເງິນນີ້ຂຶ້ນກັບທ່າທີເຂັ້ມງວດຂອງ ECB ເຊິ່ງມີໂອກາດເກີດຂຶ້ນໜ້ອຍ.

ຕິດຕາມພວກເຮົາໄດ້ທີ່FB ແລະ Twitter ເພື່ອຕິດຕາມຂ່າວສານລ່າສຸດກ່ຽວກັບເຫດການໃນຕະຫຼາດ.