ອອກຈາກລະບົບ
ທ່ານແນ່ໃຈບໍວ່າຕ້ອງການອອກຈາກລະບົບ?
MTrading Team • ມື້ນີ້

200-SMA ກຳລັງທົດສອບການຟື້ນຕົວຂອງ AUDUSD ຈາກແນວຮອງຮັບທີ່ມີອາຍຸ 6 ອາທິດ

200-SMA ກຳລັງທົດສອບການຟື້ນຕົວຂອງ AUDUSD ຈາກແນວຮອງຮັບທີ່ມີອາຍຸ 6 ອາທິດ

AUDUSDກຳລັງປະຄອງການຟື້ນຕົວໃນຕົ້ນອາທິດຈາກແນວຮັບທີ່ລາດຂຶ້ນເຊິ່ງລາກມາຈາກຕົ້ນເດືອນກຸມພາໄດ້ຢ່າງລຳບາກ ຂະນະທີ່ນັກຊື້ຂາຍລໍຖ້າຂໍ້ມູນສຳຄັນຂອງສະຫະລັດ ຄື ຍອດສັ່ງຊື້ສິນຄ້າຄົງທົນ ແລະຂໍ້ມູນເງິນເຟີ້ຂອງອົດສະຕຣາລີ ເຊິ່ງກຳນົດປະກາດໃນວັນອັງຄານ ແລະວັນພຸດຕາມລຳດັບ. ຄູ່ເງິນນີ້ຊຶ່ງເປັນຕົວຊີ້ວັດຄວາມສ່ຽງ ກຳລັງທົດສອບແນວຕ້ານຈາກ 200-SMA ບໍລິເວນ 0.6555. ຄວນສັງເກດວ່າ ບັນຍາກາດລະມັດລະວັງໃນຕະຫຼາດ ປະກອບກັບ MACD ທີ່ຊະລໍຕົວ ແລະເສັ້ນ RSI (14) ທີ່ຄົງທີ່ ກຳລັງເຮັດໃຫ້ເກີດຄວາມສົງໄສວ່າລາຄາຈະປັບຂຶ້ນຕໍ່ໄປໄດ້ອີກຫຼືບໍ່. ເຖິງວ່າຝ່າຍຊື້ຈະສາມາດຜ່ານແນວຕ້ານສຳຄັນຂອງ SMA ໄດ້ ແຕ່ແນວຕ້ານແນວນອນທີ່ມີມາແລ້ວ 11 ອາທິດ ບໍລິເວນ 0.6635-40 ກໍຍັງເປັນດ່ານທີ່ຜ່ານໄດ້ຍາກ ກ່ອນທີ່ຝ່າຍຊື້ຈະກັບມາຄວບຄຸມຕະຫຼາດ.

ໃນຂະນະດຽວກັນ ຜູ້ທີ່ຂາຍ AUDUSD ຄວນລໍຖ້າຂໍ້ມູນທີ່ກ່າວມາຂ້າງເທິງ ພ້ອມທັງລໍຖ້າໃຫ້ຄູ່ເງິນປິດລາຍວັນຕ່ຳກວ່າເສັ້ນແນວຮັບທີ່ມີມາຫຼາຍມື້ ເຊິ່ງຢູ່ໃກ້ 0.6515 ໃນເວລາຂຽນຂ່າວນີ້ ກ່ອນເຂົ້າຊື້ຂາຍ. ເຖິງຢ່າງນັ້ນ ລາຄາຕ່ຳສຸດຂອງເດືອນທີ່ 0.6477 ແລະລາຄາຕ່ຳສຸດຂອງເດືອນກຸມພາທີ່ 0.6442 ຈະເປັນອຸປະສັກຕໍ່ການປັບລົງຂອງລາຄາຄູ່ເງິນນີ້. ຫຼັງຈາກນັ້ນ ຜູ້ຂາຍອາດມີໂອກາດຫຼາຍຂຶ້ນໃນການມຸ່ງເປົ້າໄປທີ່ລະດັບຕົວເລກກົມ 0.6400 ແລະຈຸດຕ່ຳສຸດຂອງການແກວ່ງຕົວໃນທ້າຍປີ 2023 ທີ່ປະມານ 0.6270.

ໂດຍລວມ AUDUSD ຫຼຸດການຂາດທຶນຫຼ້າສຸດບາງສ່ວນ ກ່ອນການເຜີຍແຜ່ຂໍ້ມູນ/ເຫດການສຳຄັນ ແຕ່ການຟື້ນຕົວຍັງເບິ່ງບໍ່ຄ່ອຍໜ້າເຊື່ອຖື.

ຕິດຕາມພວກເຮົາໄດ້ທີ່FB ແລະ Twitter ເພື່ອຕິດຕາມຂ່າວສານລ່າສຸດກ່ຽວກັບເຫດການໃນຕະຫຼາດ.